ໃນກາງເດືອນເມສາ 2025 ທີ່ຫ້ອງການ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໄດ້ເປີດປ່ອງບໍລິການຂອງຂະແໜງການຄ້າ ໂດຍມີເຈົ້າໜ້າທີ່ອອກໃບທະບຽນວິສາຫະກິດ ແລະ ໃບຢັ້ງ ຢືນແຫຼ່ງກຳເນີດສິນຄ້າ ປະຈໍາຢູ່ປ່ອງບໍລິການປະຕູດຽວ ເພື່ອໃຫ້ບໍລິການກັບທີ່ແກ່ຜູ້ພັດທະນາ ແລະ ຜູ້ລົງທຶນຢູ່ພາຍໃນເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ຜ່ານລະບົບເອເລັກໂຕນິກທີ່ທັນສະໄໝ, ວ່ອງໄວ ແລະ ເຊື່ອມຖານຂໍ້ມູນໃນການຕິດຕາມກວດກາຮ່ວມກັນໄດ້, ຊຶ່ງການເຂົ້າມາປະຈໍາການດັ່ງກ່າວແມ່ນເປັນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງທ່ານລັດຖະ ມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 0709/ອຄ, ລົງວັນທີ 17 ພຶດສະພາ 2023 ວ່າດ້ວຍການແຕ່ງຕັ້ງເຈົ້າໜ້າທີ່ທະບຽນວິສາຫະກິດ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ແລະ ນະຄອນຫຼວງວຽງຈັນ, ແລະ ຂໍ້ຕົກລົງວ່າດ້ວຍການມອບສິດໃຫ້ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເລກທີ 0520/ອຄ, ລົງວັນທີ 27 ເມສາ 2022.
ສໍາລັບປ່ອງບໍລິການປະຕູດຽວ (One Stop Service) ຂອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນນີ້ ນອກຈາກຂະແໜງການຄ້າແລ້ວ ຍັງມີຂະແໜງສ່ວຍສາອາກອນ, ເຈົ້າໜ້າທີ່ພາສີ, ຂະແໜງຍຸຕິທໍາ, ທະນາຄານ ແລະ ພາກສ່ວນທີ່ກ່ຽວຂ້ອງອີກຈໍານວນໜຶ່ງທີ່ມາໃຫ້ບໍລິການກັບທີ່ແກ່ບັນດາວິສາຫະກິດໃນເຂດເສດຖະກິດພິເສດທີ່ມີຫຼາຍກວ່າ 200 ຫົວໜ່ວຍທີ່ດຳເນີນການຜະລິດຢູ່ພາຍໃນເຂດ.