Phone Number
+856 21 419336
Email Address
info@vseza.gov.la
LA
Choose Language
ລາວ
English
china
ສະຖານທີ່ລົງທຶນ
ຄູ່ມື VSEZA
ຕິດຕໍ່ພວກເຮົາ
ສະຖານທີ່ລົງທຶນ
ເຂດເສດຖະກິດສະເພາະດົງໂພສີ
ເຂດທ່າບົກທ່ານາແລ້ງ ແລະ ເຂດໂລຊິດຕິກ
ເຂດເສດຖະກິດສະເພາະລອງແທ່ງ-ວຽງຈັນ
ເຂດພັດທະນາກວມລວມໄຊເສດຖາ
ເຂດເສດຖະກິດສະເພາະບຶງທາດຫຼວງ
VSEZA Guide
Contact Us
ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ
ເບີໂທ : +856 21 419336
ແຟັກ : +856 21 419336
ອີເມວ : info@vseza.gov.la
ໜ້າຫຼັກ
ກ່ຽວກັບພວກເຮົາ
ພາລະບົດບາດ, ສິດ ແລະ ໜ້າທີ່
ວິໄສທັດ ແລະ ຍຸດທະສາດ
ໂຄງຮ່າງການຈັດຕັ້ງ
ເລີ່ມຕົ້ນລົງທຶນ
ບັນດານິຕິກຳ
ການບໍລິການຜ່ານປະຕູດຽວ
ສະຖານທີ່ລົງທຶນ
ການສົ່ງເສີມ
ຂໍ້ໄດ້ປຽບການລົງທຶນຂອງ ສປປ ລາວ
ສະພາບລວມຂອງ ນະຄອນຫຼວງວຽງຈັນ
ນະໂຍບາຍສົ່ງເສີມ
ນະໂຍບາຍສົ່ງເສີມຕໍ່ຜູ້ລົງທຶນ
ຄົ້ນຫາວິສາຫະກິດ
ຂໍ້ມູນບໍລິສັດ
ບໍລິສັດ
ໂຈະກິດຈະການ
ໜ້າຫຼັກ
ກ່ຽວກັບພວກເຮົາ
ພາລະບົດບາດ, ສິດ ແລະ ໜ້າທີ່
ວິໄສທັດ ແລະ ຍຸດທະສາດ
ໂຄງຮ່າງການຈັດຕັ້ງ
ເລີ່ມຕົ້ນລົງທຶນ
ບັນດານິຕິກຳ
ການບໍລິການຜ່ານປະຕູດຽວ
ສະຖານທີ່ລົງທຶນ
ການສົ່ງເສີມ
ຂໍ້ໄດ້ປຽບການລົງທຶນຂອງ ສປປ ລາວ
ສະພາບລວມຂອງ ນະຄອນຫຼວງວຽງຈັນ
ນະໂຍບາຍສົ່ງເສີມ
ນະໂຍບາຍສົ່ງເສີມຕໍ່ຜູ້ລົງທຶນ
ຄົ້ນຫາວິສາຫະກິດ
ຂໍ້ມູນບໍລິສັດ
ບໍລິສັດ
ໂຈະກິດຈະການ
ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ.
ໃນຕອນເຊົ້າ ວັນທີ 8 ເມສາ 2025, ທີ່ຜ່ານມາ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ນຳພາຄະນະ ລົງຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ເຂດພັດທະນາກວມລວມໄຊເຊດຖາ. ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ, ທ່ານ ຊົງຈູນ ຜູ້ອຳນວຍການ ບໍລິສັດຮ່ວມທຶນ ລາວ-ຈີນ ຈຳກັດ, ພ້ອມດ້ວຍຕົວແທນຂອງບໍລິສັດ ທີ່ລົງທຶນໃນເຂດ.
ໃນໂອກາດນີ້, ທ່ານ ອະນຸພາບ ຕຸນາລົມ ໄດ້ເຂົ້າຢ້ຽມຊົມຊົມບໍລິສັດ ເປເຕີ້ເຄື່ອງນຸ່ງ (ລາວ) ຈຳກັດ, ບໍລິສັດ ຈ່ຽງຊູ ຈົງຫຼຸ້ນເຕັກໂນໂລຊີ (ລາວ) ຈຳກັດ ແລະ ບໍລິສັດອື່ນໆ ເພື່ອເບິ່ງສະພາບການຜະລິດ, ການຈ້າງງານ ແລະ ແຜນການຂະຫຍາຍການລົງທຶນຂອງບໍລິສັດດັ່ງກ່າວໃນອະນາຄົດ. ຊຶ່ງທ່ານ ຍ້ອງຍໍ ແລະ ຕີລາຄາສູງ ຕໍ່ບັນດາບໍລິສັດທີ່ໄດ້ມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມ ແລະ ການສ້າງວຽກເຮັດງານທຳໃຫ້ປະຊາຊົນລາວ.
ຈາກນັ້ນ, ໄດ້ມີການຈັດກອງປະຊຸມ ເພື່ອຮັບຟັງການລາຍງານກ່ຽວກັບການດໍາເນີນງານຂອງເຂດພັດທະນາ, ຊຶ່ງມີລາຍລະອຽດຄື: ເຂດພັດທະນາ ໄດ້ແບ່ງເປັນ 3 ໄລຍະຄື: ໄລຍະທີ 1 ພັດທະນາ 400 ເຮັກຕາ ໂດຍພັດທະນາອຸດສາຫະກຳການຜະລິດ; ໄລຍະທີສອງ ແລະ ທີສາມ ແມ່ນພັດທະນາເປັນເຂດການຄ້າ, ການທ່ອງທ່ຽວ ແລະ ພະຍາຍາມສ້າງເປັນຕົວເມືອງໃໝ່ ຂອງນະຄອນຫລວງວຽງຈັນ. ປັດຈຸບັນ, ມີວິສາຫະກິດ 160 ຫົວໜ່ວຍ ໄດ້ເຂົ້າລົງທຶນ ຢູ່ເຂດພັດທະນາກວມລວມໄຊເຊດຖາ, ໃນນີ້ ມີ 88 ຫົວໜ່ວຍ ໄດ້ສ້າງສຳເລັດ ແລະ ເລີ່ມການຜະລິດ, ຄາດວ່າຖ້າວິສາຫະກິດທັງໝົດ 160 ຫົວໜ່ວຍ ເລີ່ມດຳເນີນການຜະລິດ ມູນຄ່າການຜະລິດຕໍ່ປີຈະບັນລຸເຖິງ 3 ຕື້ໂດລາສະຫະລັດ ແລະ ຈະສາມາດສ້າງວຽກເຮັດງານທຳໄດ້ປະມານ 17.000 ກວ່າຕໍາແໜ່ງງານ.
ໃນກອງປະຊຸມຍັງໄດ້ຮັບຟັງຂໍ້ສະເໜີ ແລະ ຂໍ້ຄິດເຫັນຈາກບັນດາບໍລິບໍລິສັດທີ່ເຂົ້າມາລົງທຶນຢູ່ໃນເຂດພັດທະນາກວມລວມໄຊເຊດຖາ. ທ່ານ ອານຸພາບ ຕຸນາລົມ ໄດ້ເນັ້ນໃຫ້ເຫັນວ່າ: ເຂດພັດທະນາກວມລວມໄຊເຊດຖາ ເປັນໂຄງການຮ່ວມມືລະດັບຊາດ ທີລັດຖະບານ ສອງປະເທດ ລາວ ແລະ ຈີນ ໄດ້ກຳນົດຮ່ວມກັນ, ທັງເປັນເຂດຮ່ວມມືເສດຖະກິດການຄ້າ ລະດັບຊາດ ຂອງ ສປ ຈີນ ໜຶ່ງດຽວຢູ່ ສປປ ລາວ ແລະ ເປັນໂຄງການທຳອິດທີ່ໄດ້ຈັດເຂົ້າໃນແຜນຍຸດທະສາດ ໜຶ່ງແລວໜຶ່ງເສັ້ນທາງ ທີ່ໄດ້ຮັບຄວາມເອົາໃຈໃສ່ ແລະ ສະໜັບສະໜູນ ຈາກລັດຖະບານທັງສອງປະເທດ. ຂະນະດຽວກັນ, ທ່ານໄດ້ໃຫ້ຊີ້ນຳໃຫ້ເຂດພັດທະນາສືບຕໍ່ເອົາໃຈໃສ່ປັບປຸງລະບົບການບໍລິການ, ປັບປຸງສະພາບແວດລ້ອມການລົງທຶນໃຫ້ດີຂຶ້ນກວ່າເກົ່າ ເພື່ອສ້າງເງື່ອນໄຂດຶງດູດເອົາບໍລິສັດທີ່ມີສັກກາຍາພາບ ແລະ ນຳໃຊ້ເຕັກໂນໂລຊີຂັ້ນສູງ ມາລົງທຶນຢູ່ເຂດພັດທະນາກວມລວມໄຊເຊດຖາໃນອານາຄົດໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດພາຍໃນ, ສາມາດຕອບສະໜອງການຊົມໃຊ້ ຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກ ເພື່ອດຶງເອົາເງິນຕາເຂົ້າປະເທດ, ປະກອບສ່ວນສໍາຄັນ ເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ ໃນປັດຈຸບັນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດແຫ່ງຊາດໃນຕໍ່ໜ້າ.
ວິດີໂອ
ວາລະສານ
ດາວໂຫຼດ
ແຜນທີ່
ໂຄງຮ່າງການຈັດຕັ້ງ
Video
Magazine
Download Form
Location