Phone Number
+856 21 419336
Email Address
info@vseza.gov.la
LA
Choose Language
ລາວ
English
china
ສະຖານທີ່ລົງທຶນ
ຄູ່ມື VSEZA
ຕິດຕໍ່ພວກເຮົາ
ສະຖານທີ່ລົງທຶນ
ເຂດເສດຖະກິດສະເພາະດົງໂພສີ
ເຂດທ່າບົກທ່ານາແລ້ງ ແລະ ເຂດໂລຊິດຕິກ
ເຂດເສດຖະກິດສະເພາະລອງແທ່ງ-ວຽງຈັນ
ເຂດພັດທະນາກວມລວມໄຊເສດຖາ
ເຂດເສດຖະກິດສະເພາະບຶງທາດຫຼວງ
VSEZA Guide
Contact Us
ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ
ເບີໂທ : +856 21 419336
ແຟັກ : +856 21 419336
ອີເມວ : info@vseza.gov.la
ໜ້າຫຼັກ
ກ່ຽວກັບພວກເຮົາ
ພາລະບົດບາດ, ສິດ ແລະ ໜ້າທີ່
ວິໄສທັດ ແລະ ຍຸດທະສາດ
ໂຄງຮ່າງການຈັດຕັ້ງ
ເລີ່ມຕົ້ນລົງທຶນ
ບັນດານິຕິກຳ
ການບໍລິການຜ່ານປະຕູດຽວ
ສະຖານທີ່ລົງທຶນ
ການສົ່ງເສີມ
ຂໍ້ໄດ້ປຽບການລົງທຶນຂອງ ສປປ ລາວ
ສະພາບລວມຂອງ ນະຄອນຫຼວງວຽງຈັນ
ນະໂຍບາຍສົ່ງເສີມ
ນະໂຍບາຍສົ່ງເສີມຕໍ່ຜູ້ລົງທຶນ
ຄົ້ນຫາວິສາຫະກິດ
ຂໍ້ມູນບໍລິສັດ
ບໍລິສັດ
ໂຈະກິດຈະການ
ໜ້າຫຼັກ
ກ່ຽວກັບພວກເຮົາ
ພາລະບົດບາດ, ສິດ ແລະ ໜ້າທີ່
ວິໄສທັດ ແລະ ຍຸດທະສາດ
ໂຄງຮ່າງການຈັດຕັ້ງ
ເລີ່ມຕົ້ນລົງທຶນ
ບັນດານິຕິກຳ
ການບໍລິການຜ່ານປະຕູດຽວ
ສະຖານທີ່ລົງທຶນ
ການສົ່ງເສີມ
ຂໍ້ໄດ້ປຽບການລົງທຶນຂອງ ສປປ ລາວ
ສະພາບລວມຂອງ ນະຄອນຫຼວງວຽງຈັນ
ນະໂຍບາຍສົ່ງເສີມ
ນະໂຍບາຍສົ່ງເສີມຕໍ່ຜູ້ລົງທຶນ
ຄົ້ນຫາວິສາຫະກິດ
ຂໍ້ມູນບໍລິສັດ
ບໍລິສັດ
ໂຈະກິດຈະການ
ນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ້ນທີ V ແຂວງອຸດົມໄຊເດີນທາງມາທັດສະນາສຶກສາ ເຂດພັດທະນາກວມລວມໄຊເຊດ
ໃນວັນທີ 28 ສິງຫາ 2025 ຜ່ານມາ ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ້ນທີ່ V ແຂວງອຸດົມໄຊ ຈໍານວນ 67 ທ່ານ ທີ່ໄດ້ມາທັດສະນາສຶກສາເຂດພັດທະນາກວມລວມໄຊເຊດ ຊຶ່ງນໍາພາຄະນະໂດຍ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ແລະ ຕິດຕາມໂດຍຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ.
ໃນໂອກາດນີ້ ທ່ານ ທະນົງໄຊ ຄຸດໄພທູນ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບການຄຸ້ມຄອງບໍລິຫານ ແລະ ພັດທະນາເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ຊຶ່ງມີຈໍານວນ 5 ເຂດຄື: ເຂດພັດທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດເສດຖະກິດພິເສດ ລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດຕາມສັນຍາສຳປະທານ 2.360 ເຮັກຕາ, ນັບແຕ່ສ້າງຕັ້ງຈົນເຖິງປັດຈຸບັນສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 316 ບໍລິສັດ (ຕ່າງປະທດ 240 ບໍລິສັດ, ພາຍໃນ 50 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 26 ບໍລິສັດ), ມີແຜນການລຢງທຶນ 6,7 ຕື້ກວ່າໂດລາສະຫະລັດ, ມີທຶນຈົດທະບຽນ 1,2 ຕື້ກວ່າໂດລາສະຫະລັດ ແລະ ມີການລົງທຶນຕົວຈິງໄປແລ້ວ 3,2 ຕື້ກວ່າໂດລາສະຫະລັດ: ໃນນັ້ນ ລັດຖະບານ 25 ລ້ານໂດລາສະຫະລັດ, ຜູ້ພັດທະນາ 767 ລ້ານໂດລາສະຫະລັດ ແລະ ຜູ້ລົງທຶນລາຍຍ່ອຍ 2,4 ຕື້ໂດລາສະຫະລັດ, ສາມາດປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ 477 ຕື້ກວ່າກີບ; ມີແຮງງານທັງໝົດ 10,119 ຄົນ, ໃນນັ້ນແຮງງານລາວ 7,100 ຄົນ, ແຮງງານຕ່າງປະເທດ 3,019 ຄົນ. ນໍາເຂົ້າສິນຄ້າ 4,8 ຕື້ກວ່າໂດລາສະຫະລັດ ແລະ ສົ່ງອອກສິນຄ້າມີມູນຄ່າ 1,4 ຕື້ກວ່າໂດລາສະຫະລັດ, ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ (CO) ຈໍານວນ 811 ຊຸດ, ມູນຄ່າ 793 ລ້ານໂດລາສະຫະລັດ ສົ່ງອອກໄປຍັງປະເທດ ຫວຽດນາມ, ອິນເດຍ, ຈີນ, ເກົາຫຼີໃຕ້, ສະຫະລັດອາເມລິກາ ແລະ ບັນດາປະເທດເອີລົບ. ໃບຢັ້ງຢືນສິນຄ້າໄດ້ແຫ່ງກໍາເນີດ (CPE) ຈໍານວນ 118 ສະບັບ. ຜະລິດຕະພັນສິນຄ້າທີ່ບັນດາໂຮງງານພາຍໃນເຂດຜະລິດປະກອບມີ: ເຄື່ອງເອເລັກໂຕຣນິກ, ເຄື່ອງນຸ່ງຫົ່ມ, ອຸປະກອນການແພດ, ຜະລິດຕະພັນຢາ, ຜະລິດຕະພັນເຄື່ອງໃຊ້ໄຟຟ້າ, ຫົວອາຫານສັດ, ນ້ຳມັນເຊື້ອໄຟ, ຜະລິດຕະພັນອາຫານສຳເລັດຮູບ-ເຄື່ອງດື່ມ ແລະ ອື່ນໆ.
ວິດີໂອ
ວາລະສານ
ດາວໂຫຼດ
ແຜນທີ່
ໂຄງຮ່າງການຈັດຕັ້ງ
Video
Magazine
Download Form
Location