ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍໃນວັນທີ 2/12/1975 ນະຄອນຫລວງວຽງຈັນ ໄດ້ຕັ້ງໜ້າພັດທະ ນາຮອບດ້ານ ຊຶ່ງສະແດງອອກທີ່ຮວມຍອດຜະລິດຕະພັນພາຍໃນ (GDP)ຈາກ 6,03 ຕື້ກີບ ໃນປີ 1975 ມາເປັນ 18.956,27 ຕື້ກີບໃນສົກປີ 2010-2011 ຮວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນໃນສົກປີ 2010-2011 ເທົ່າກັບ 2.340 ໂດລາສະຫະລັດ/ຄົນ/ປີ.
ຂະແໜງການຄ້າ: ໄດ້ເປີດກ້ວາງການຮ່ວມມື ທາງດ້ານເສດຖະກິດການຄ້າ ການລົງທຶນ ກັບບັນດາປະເທດໃນພາກພື້ນ ໄດ້ປັບປຸງຕະຫລາດແຫ່ງຕ່າງໆ ໃຫ້ມີຄວາມທັນສະໄໝ ປັດຈຸບັນ ນະຄອນ ຫລວງວຽງຈັນ ມີຕະຫລາດທັງໝົດ 83 ແຫ່ງ ໃນນັ້ນຕະຫລາດໃຫຍ່ 9 ແຫ່ງ ຕະຫລາດຂະໜາດກາງ 17 ແຫ່ງ ແລະ ຕະຫລາດຂະໜາດນ້ອຍ 57 ແຫ່ງ ໃນສົກປີ 2005-2011 ສາມາດສົ່ງສິນຄ້າອອກໄດ້ທັງໝົດ 649.502.294 ໂດລາສະຫະລັດ.
ຂະແໜງທ່ອງທ່ຽວ:ໄດ້ປັບປຸງບູລະນະ ພັດທະນາແຫລ່ງທ່ອງທ່ຽວທຳມະຊາດ ແຫລ່ງທ່ອງທ່ຽວວັດທະນະທຳ ປະຫວັດສາດ ປູຊະນີຍະສະຖານ ປັບປຸງຍົກລະດັບບັນດາໂຮງແຮມ ເຮືອນພັກ ຮ້ານອາຫານ ຊຶ່ງໃນປັດຈຸບັນທົ່ວ ນະຄອນຫລວງວຽງຈັນ ມີໂຮງແຮມ 143 ແຫ່ງ ເຮືອນພັກ 184 ແຫ່ງ ຮ້ານອາຫານ 70 ແຫ່ງ ມີມູນຄ່າການລົງທຶນໃນຂະແໜງທ່ອງທ່ຽວ 2.468,66 ຕື້ກີບ ມີນັກທ່ອງທ່ຽວເຂົ້າມາທ່ຽວ ນະຄອນຫລວງວຽງຈັນ 4.084.866 ເທື່ອຄົນ ແລະ ສາມາດສ້າງລາຍຮັບໄດ້ທັງໝົດ 366.438.863 ໂດລາສະຫະລັດ.
ຂະແໜງຄົມມະນາຄົມ:ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ນັບທັງທາງບົກທາງນໍ້າ ແລະ ທາງອາກາດ ໂດຍສະເພາະຕານ່າງຄົມມະນາຄົມທາງບົກໄດ້ຮັບການພັດທະນາຢ່າງວ່ອງໄວ ເສັ້ນທາງສາຍຕ່າງໆໄດ້ເຊື່ອມ ຈອດກັນລະຫວ່າງ ເມືອງຕໍ່ເມືອງ ບ້ານຕໍ່ບ້ານ ເຮັດໃຫ້ການໄປມາຫາສູ່ກັນມີຄວາມສະດວກສະບາຍຕົວ ເມືອງໄດ້ຮັບການພັດທະນາ ເຮັດໃຫ້ໂສມໜ້າ ນະຄອນຫລວງ ມີໃບໜ້າໃບຕາອັນໃໝ່.