ພາລະບົດບາດ, ສິດ ແລະ ຫນ້າທີ່

ທີ່ຕັ້ງ ແລະ ພາລະບົດບາດ:

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ຂຽນເປັນຕົວອັກສອນຫຍໍ້ວ່າ “ຄຂສພ” ຫຼື ເປັນພາສາອັງກິດ Special Economic Zone Authority ຂຽນເປັນຕົວອັກສອນຫຍໍ້ວ່າ “SEZA”. ແມ່ນໂຄງປະກອບກົງຈັກການຈັດຕັ້ງໜຶ່ງ ທີ່ຂຶ້ນກັບ ກະຊວງແຜນການ ແລະ ການລົງທຶນ ມີຖານະເທົ່າພະແນກການຂັ້ນແຂວງ ປະກອບມີຂະແໜງການ ແລະ ໜ່ວຍງານຈໍານວນໜຶ່ງ ຄຸ້ມຄອງບໍລິຫານຕາມກົນໄກບໍລິການປະຕູດຽວ ຊຶ່ງດ້ານວຽກງານວິຊາການ, ງົບປະມານ, ບຸກຄະລາກອນແມ່ນຂຶ້ນກັບຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດ ຖະກິດພິເສດ.

ໜ້າທີ່:

1. ນຳພາດ້ານການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີພະນັກງານ, ຜູ້ພັດທະນາ, ຜູ້ລົງທຶນ, ຜູ້ປະກອບການ, ຜູ້ອອກແຮງງານ ແລະ ພາກສ່ວນຮັບຜິດຊອບຄວາມສະຫງົບ ຢູ່ໃນເຂດ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດຢູ່ໃນ ເຂດເສດຖະກິດພິເສດ;

2. ຜັນຂະຫຍາຍນະໂຍບາຍ ແລະ ນິຕິກຳ ກ່ຽວກັບການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໃຫ້ເປັນໂຄງການ, ແຜນງານລະອຽດ ເພື່ອໃຫ້ແທດເໝາະກັບການພັດທະນາໃນແຕ່ລະໄລຍະ;

3. ຊຸກຍູ້, ຕິດຕາມກ່ຽວກັບການມອບພັນທະທາງດ້ານພາສີ, ອາກອນ, ຄ່າທໍານຽມ, ຄ່າບໍລິການ ແລະ ພັນ ທະຕ່າງໆ ຕາມສັນຍາ ແລະ ລະບຽບກົດໝາຍ;

4. ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດສັນຍາພັດທະນາເຂດເສດຖະກິດພິເສດ, ສັນຍາສຳປະທານ, ສັນຍາຮ່ວມທຶນ, ສັນຍາເຊົ່າ, ແຜນແມ່ບົດການພັດທະນາເຂດ, ບົດວິພາກເສດຖະ ກິດ-ເຕັກນິກ, ບົດປະຜົນກະທົບສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ, ແຜນງານ, ໂຄງການການລົງ ທຶນ ແລະ ນິຕິກຳອື່ນໆ ໃນແຕ່ລະໄລຍະ;

5. ຄົ້ນຄວ້າການສະເໜີຂໍລົງທຶນໃນເຂດເສດຖະກິດພິເສດ ຕາມກິດຈະການການລົງທຶນທີ່ໄດ້ກຳນົດໄວ້ໃນມາດຕາ 22 ຂອງດຳລັດວ່າດ້ວຍເຂດເສດຖະກິດພິເສດ ສະບັບເລກທີ 188/ລບ, ລົງວັນທີ 07 ມີຖຸນາ 2018;

6. ຄົ້ນຄວ້າການສະເໜີຂໍອອກໃບຢັ້ງຢືນສິດນຳໃຊ້ທີ່ດິນ, ອະສັງຫາລິມະຊັບ, ສິ່ງປຸກສ້າງຕ່າງໆພາຍໃນເຂດ, ເອກະສານກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ, ວັດຖຸອຸປະກອນຮັບໃຊ້ການຜະລິດ, ການກໍ່ສ້າງພື້ນຖານໂຄງລ່າງ, ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໂດຍສອດຄ່ອງກັບລະບຽບການ;

7. ໂຄສະນາດຶງດູດ ການພັດທະນາ ຫຼື ການລົງທຶນ ໃນເຂດເສດຖະກິດພິເສດ ລວມທັງເຜີຍແຜ່ກົດໝາຍ ແລະ ລະບຽບການ, ຂໍ້ມູນຂ່າວສານ ກ່ຽວກັບເຂດເສດຖະກິດພິເສດ;

8. ສົມທົບກັບອົງການປົກຄອງທ້ອງຖິ່ນ ບ່ອນເຂດເສດຖະກິດພິເສດຕັ້ງຢູ່ ເພື່ອຮັບປະກັນວຽກງານ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄຸ້ມຄອງຜູ້ຢູ່ອາໄສ ແລະ ຜູ້ອອກແຮງງານພາຍໃນເຂດ;

9. ສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອຂໍການມອບສິດ ໃນການພິຈາລະນາອອກໃບອະນຸຍາດຕ່າງໆຕາມລະບຽບກົດໝາຍ ເປັນຕົ້ນ: ໃບຢັ້ງຢືນການມອບເລກປະຈຳຕົວຜູ້ເສຍອາກອນ ແລະ ການເກັບອາກອນ, ໃບອະນຸຍາດປຸກສ້າງ, ໃບຢັ້ງຢືນບົດປະເມີນຜົນກະທົບສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ, ໂກຕາແຮງງານ, ບັດອະນຸຍາດອອກແຮງງານ, ບັດພັກເຊົາ, ວີຊາ ແລະ ເອກະສານອື່ນໆ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານເຂດເສດຖະກິດພິເສດ ມີຄວາມສະດວກຄ່ອງຕົວ;

10. ປະສານສົມທົບກັບຜູ້ພັດທະນາເຂດ, ຜູ້ລົງທຶນ ແລະ ອົງການປົກຄອງທ້ອງຖິ່ນ ໃນການສ້າງໂຄງການພັດ ທະນາທີ່ມີສ່ວນຮ່ວມກັບປະຊາຊົນ ແລະ ໂຄງການພື້ນຖານໂຄງລ່າງໃນເຂດເຊື່ອມຕໍ່ ເພື່ອຍົກລະດັບຊີ ວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ;

11. ເປັນເຈົ້າການ, ຮັບຜິດຊອບຕໍ່ຜົນໄດ້ຮັບໃນການບໍລິຫານ ແລະ ຄຸ້ມຄອງການພັດທະນາເຂດເສດຖະກິດພິ ເສດ ໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ;

12. ຈັດຕັ້ງ ແລະ ປະຕິບັດໜ້າທີ່ການບໍລິການນການລົງທຶນປະຕູດຽວ ໃຫ້ມີຄວາມກະທັດຮັດ ໂປ່ງໃສ, ວ່ອງໄວ, ມີຄຸນນະພາບຮັບປະກັນໃຫ້ແກ່ການດຶງດູດ ແລະ ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ຢູ່ເຂດເສດຖະກິດພິເສດ;

13. ຄົ້ນຄວ້ານຳສະເໜີຂໍບຸກຄະລາກອນຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອປະກອບເຂົ້າໃນໜ່ວຍງານບໍລິການ ການລົງທຶນປະຕູດຽວ ຢູ່ໃນເຂດ;

14. ປະຕິບັດສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.

+