Phone Number
+856 21 419336
Email Address
info@vseza.gov.la
LA
Choose Language
ລາວ
English
china
ສະຖານທີ່ລົງທຶນ
ຄູ່ມື VSEZA
ຕິດຕໍ່ພວກເຮົາ
ສະຖານທີ່ລົງທຶນ
ເຂດເສດຖະກິດສະເພາະດົງໂພສີ
ເຂດທ່າບົກທ່ານາແລ້ງ ແລະ ເຂດໂລຊິດຕິກ
ເຂດເສດຖະກິດສະເພາະລອງແທ່ງ-ວຽງຈັນ
ເຂດພັດທະນາກວມລວມໄຊເສດຖາ
ເຂດເສດຖະກິດສະເພາະບຶງທາດຫຼວງ
VSEZA Guide
Contact Us
ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ
ເບີໂທ : +856 21 419336
ແຟັກ : +856 21 419336
ອີເມວ : info@vseza.gov.la
ໜ້າຫຼັກ
ກ່ຽວກັບພວກເຮົາ
ພາລະບົດບາດ, ສິດ ແລະ ໜ້າທີ່
ວິໄສທັດ ແລະ ຍຸດທະສາດ
ໂຄງຮ່າງການຈັດຕັ້ງ
ເລີ່ມຕົ້ນລົງທຶນ
ບັນດານິຕິກຳ
ການບໍລິການຜ່ານປະຕູດຽວ
ສະຖານທີ່ລົງທຶນ
ການສົ່ງເສີມ
ຂໍ້ໄດ້ປຽບການລົງທຶນຂອງ ສປປ ລາວ
ສະພາບລວມຂອງ ນະຄອນຫຼວງວຽງຈັນ
ນະໂຍບາຍສົ່ງເສີມ
ນະໂຍບາຍສົ່ງເສີມຕໍ່ຜູ້ລົງທຶນ
ຄົ້ນຫາວິສາຫະກິດ
ຂໍ້ມູນບໍລິສັດ
ບໍລິສັດ
ໂຈະກິດຈະການ
ໜ້າຫຼັກ
ກ່ຽວກັບພວກເຮົາ
ພາລະບົດບາດ, ສິດ ແລະ ໜ້າທີ່
ວິໄສທັດ ແລະ ຍຸດທະສາດ
ໂຄງຮ່າງການຈັດຕັ້ງ
ເລີ່ມຕົ້ນລົງທຶນ
ບັນດານິຕິກຳ
ການບໍລິການຜ່ານປະຕູດຽວ
ສະຖານທີ່ລົງທຶນ
ການສົ່ງເສີມ
ຂໍ້ໄດ້ປຽບການລົງທຶນຂອງ ສປປ ລາວ
ສະພາບລວມຂອງ ນະຄອນຫຼວງວຽງຈັນ
ນະໂຍບາຍສົ່ງເສີມ
ນະໂຍບາຍສົ່ງເສີມຕໍ່ຜູ້ລົງທຶນ
ຄົ້ນຫາວິສາຫະກິດ
ຂໍ້ມູນບໍລິສັດ
ບໍລິສັດ
ໂຈະກິດຈະການ
ປະກາດສ້າງຕັ້ງ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນນະຄອນຫຼວງວຽງຈັນ
ໃນວັນທີ 27 ສິງຫາ 2025. ທີ່ຫ້ອງປະຊຸມຂອງກະຊວງການເງິນ ໄດ້ມີພິທີປະກາດກົງຈັກການຈັດຕັ້ງ ຫ້ອງການຄະນະກຳ ມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈໍາການ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີໄດ້ປະກາດແຕ່ງຕັ້ງ ທ່ານ ທະນົງໄຊ ຄຸດໄພທູນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ເປັນເລຂາໜ່ວຍພັກຮາກຖານ ທັງເປັນຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ໄກນະຄອນ ທໍາມະວອນ ເປັນຮອງເລຂາໜ່ວຍພັກຮາກຖານ ທັງເປັນຮອງຫົວໜ້າຫ້ອງ ການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ, ທ່ານ ວຽງຄໍາ ສົມສະອາດ ເປັນຄະນະພັກ, ທັງເປັນຮອງຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ; ແຕ່ງຕັ້ງ ທ່ານ ທອງພັດ ວົງສີແກ້ວ ເປັນຮອງຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ ແລະ ທ່ານ ນາງ ສົມມະນີຈັນ ໄຊສະໄໝ ເປັນຮອງຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ. ນອກຈາກນັ້ນ, ຍັງໄດ້ປະກາດແຕ່ງຕັ້ງຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ຂອງຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ໂດຍປະກອບມີ 5 ຂະແໜງການ.
ໂອກາດນີ້ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມີຄຳເຫັນເນັ້ນໜັກບາງບັນຫາສຳຄັນວ່າ: ສະເໜີບັນດາສະຫາຍ ໃນຄະນະພັກເອົາໃຈໃສ່ ຂັ້ນຕອນ ເຫດຜົນ ແລະ ຄວາມຈຳເປັນເພື່ອຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ຕາມແນວທາງການຈັດຕັ້ງຂອງພັກເຮົາ ໃຫ້ການບໍລິຫານຈັດການອົງການ ໂດຍນຳໃຊ້ຊັບພະຍາກອນຢ່າງປະຢັດ, ຄຸ້ມຄ່າ ແລະ ເກີດຜົນປະໂຫຍດສູງສຸດ ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ; ສືບຕໍ່ເປັນເຈົ້າການນຳພາແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ, ຮັກສາໄດ້ຄວາມສາມັກຄີເປັນເອກະພາບ; ປຶກສາຫາລືແບ່ງງານຄວາມຮັບຜິດຊອບຈະແຈ້ງ ສືບຕໍ່ຊີ້ນຳການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຕຳແໜ່ງງານທີ່ເໝາະສົມ, ເຖິງຢ່າງໃດກໍ່ດີ ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງຄະນະພັກແຕ່ລະຂັ້ນ ຈະສາມາດສ້າງໄດ້ບາດກ້າວໃໝ່ໃນການປັບປຸງກົງຈັກການຈັດຕັ້ງ ກໍ່ຄືອົງການ, ຂະແໜງການ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ສາມາດເຮັດສຳເລັດໜ້າທີ່ ອັນມີກຽດສະຫງ່າ ທີ່ພັກ, ລັດຖະບານ ແລະ ປະຊາຊົນມອບໝາຍໃຫ້.
(Cr by LAOECONOMIC)
ວິດີໂອ
ວາລະສານ
ດາວໂຫຼດ
ແຜນທີ່
ໂຄງຮ່າງການຈັດຕັ້ງ
Video
Magazine
Download Form
Location